ພາກເໜືອ




 ປະຫວັດວັດຊຽງທອງ

ວັດຊຽງທອງ ຊຶ່ງເປັນວັດທີ່ສຳຄັນ ແລະ ມີຄວາມງົດງາມທີ່ສຸດແຫ່ງນີ້ ຈົນໄດ້ຮັບການຍົກຍ້ອງຈາກນັກບູຮານຄະດີ ວ່າເປັນດັ່ງອັນຍະມະນີແຫ່ງສະຖາປັດຕະຍະກຳລາວ ວັດຊຽງທອງຖືກສ້າງຂຶ້ນໃນລາຊະສະໄໝພຣະເຈົ້າໄຊເສດຖາທິລາດ ຫລັງຈາກສ້າງວັດນີ້ບໍ່ດົນພະອົງກໍຊົງຍ້າຍເມືອງຫລວງໄປຍັງນະຄອນວຽງຈັນ ແລະ ວັດນີ້ຍັງໄດ້ຮັບການອຸບປະຖຳເບິ່ງແຍງ ຈາກເຈົ້າມະຫາຊີວິດສີສະຫວ່າງວົງ ແລະ ເຈົ້າມະຫາຊີວິດສີສະຫວ່າງວັດທະນາ ເຈົ້າມະຫາຊີວິດ ສອງພະອົງສຸດທ້າຍຂອງລາວ ເມື່ອເດິນທາງມາເຖິງວັດນີ້ສິ່ງທຳອິດກໍຄືການໄປຊົມພຣະອຸໂປສົດ ຫລື ທີ່ເອີ້ນວ່າ “ສິມ” ແມ່ນຂະໜາດ ຈະບໍ່ໃຫຍ່ ແຕ່ກໍສະແດງເຖິງສະຖາປັດຕະຍະກຳທາງສາດສະຫນາແບບຫລວງພະບາງແທ້ໆ ດ້ວຍຫລັງຄາພຣະອຸໂປສົດ ທີ່ແອ່ນໂຄ້ງຊ້ອນກັນຢູ່ 3 ຊັ້ນ ຫຼຸດລື່ນເກືອບຮອດຖານຈົນເບິ່ງຄ່ອນຂ້າງເຕີ້ຍ ສ່ວນກາງຂອງຫລັງຄາມີເຄື່ອງຍອດສີທອງຊຶ່ງຊາວລາວຈະຮຽກວ່າ “ຊໍ່ຟ້າ ” ປະກອບດ້ວຍ 17 ຊໍ່ ອັນມີຄວາມຫມາຍວ່າເປັນ “ສິມ” (ອຸໂບສົດ) ທີ່ເຈົ້າມະຫາຊີວິດຊົງສ້າງຂຶ້ນ ສ່ວນ “ສິມ” ທີ່ຄົນສາມັນສ້າງຈະມີຊໍ່ຟ້າພຽງ 1-7 ຊໍ່ເທົ່ານັ້ນ ເຊື່ອກັນວ່າບໍລິເວນປ່ອງສີ່ຫລ່ຽມນ້ອຍໆ ເຄິ່ງກາງຂອງຊໍ່ຟ້າເຄີຍໃຊ້ເປັນທີ່ເກັບຂອງມີຄ່າ ປະຈຸບັນເຫລືອພຽງປ່ອງວ່າງເປົ່າ ຖັດມາທີ່ສ່ວນຂອງໜ້າບັນມີ “ໂຫງ່” ຮູບຮ່າງຄ້າຍຫົວນາກເປັນສ່ວນປະດັບຕາມຄະຕິທຳທາງພຸດທະສາດສະຫນາເມື່ອຍ່າງເຂົ້າຕໍ່ມາທີ່ປະຕູພະອຸໂປສົດ ຈະສະດຸດຕາກັບລວດລາຍແກະສະຫລັກອັນສວຍງາມ ເຊັ່ນດຽວກັບທີ່ປ່ອງຢ້ຽມ ຝາພາຍໃນກໍສວຍງາມດ້ວຍລວດລາຍປິດທອງສະຫລຸເທິງພື້ນສີດຳ ເລົ່າເລື່ອງພຸດທະປະຫວັດ, ທ້າວສີທົນ, ພະເຈົ້າ10ຊາດ ແລະ ພາບນິທານເພື່ອນບ້ານ ເລິກເຂົ້າໄປຄືພະປະທານຊຶ່ງມີຊື່ວ່າ “ພະອົງຫລວງ” ນອກຈາກວັດຊຽງທອງຈະມີພະອຸໂປສົດທີ່ໂດດເດັ່ນດ້ວຍສະຖາປັດຕະຍະກຳແບບລ້ານຊ້າງແລ້ວ ການຕົບແຕ່ງລວດລາຍຕາມຝາພາຍໃນກໍສວຍງາມຄືກັນ ບໍລິເວນຝາດ້ານຫລັງຂອງພະອຸໂປສົດກໍມີການຕົບແຕ່ງດ້ວຍການເອົາແກ້ວສີມາຕັດຕໍ່ກັນເປັນຮູບຕົ້ນໂພຂະໜາດໃຫຍ່ ດ້ານຂ້າງກໍຕິດເປັນຮູບສັດໃນວັນນະຄະດີ ຍາມບ່າຍທີ່ແສງແດດສ່ອງສະທ້ອນລົງມາເບິ່ງງົດງາມ ຖັດມາບໍລິເວນດ້ານຂ້າງ ແລະ ດ້ານຫລັງຂອງພະອຸໂປສົດ ເປັນທີ່ຕັ້ງຂອງວິຫານນ້ອຍໆ 2 ຫລັງ ຈຸດເດັ່ນຂອງວິຫານດ້ານໜ້າຄື ທີ່ຝາດ້ານນອກ ແຕ່ລະຫລັງຕົບແຕ່ງດ້ວຍແກ້ວສີ ຕັດເປັນຊິ້ນສ່ວນນ້ອຍໆ ແລ້ວນຳມາຕໍ່ກັນເປັນຮູບຮ່າງຕ່າງໆ ເລົ່າເປັນນິທານພື້ນບ້ານ ລົງເທິງຝາສີບົວ ເບິ່ງສວຍງາມໜ້າຮັກຕາມແບບສະບັບຫລວງພະບາງ ວິຫານຫລັງນ້ອຍດ້ານຂ້າງພະອຸໂປສົດ ທີ່ມີຊື່ວ່າ “ວິຫານແດງ” ພາຍໃນເປັນທີ່ປະດິດຖານພະພຸດທະຮູບປາງໄສຍາດທີ່ງົດງາມ ດ້ວຍພະຫັດ ທີ່ຮອງຮັບພະສຽນໄວ້ຢ່າງົດງາມ ແລະ ອອນຊອນ ພະພຸດທະຮູບນີ້ເຄີຍນຳໄປຈັດສະແດງ ທີ່ນະຄອນປາຣີ ປະເທດຝຣັ່ງ ໃນປີ ຄ.ສ.1931 ແລະ ໄປປະດິດສະຖານຢູ່ທີ່ນະຄອນວຽງຈັນ ຫລາຍສິບປີ ກ່ອນນຳກັບມາຍັງຫລວງພະບາງ ໃນປີ ຄ.ສ.1964 ສ່ວນວິຫານດ້ານຫລັງພະອຸໂປສົດຄື “ຫໍພະມ່ານ” ພາຍໃນປະດິດສະຖານ “ພະມ່ານ” ຊຶ່ງມີລັກສະນະຄ້າຍກັບ “ພະບາງ” ຈົນຫລາຍຄົນເຂົ້າໃຈຜິດຄິດວ່າເປັນອົງດຽວກັນ ໃນຊ່ວງມື້ບຸນຂຶ້ນປີໃໝ່ຂອງລາວ (ຊ່ວງມື້ສົງການ) ຈະມີການອັນເຊີນ “ພະມ່ານ” ລົງມາເພື່ອໃຫ້ປະຊາຊົນໄດ້ສົງນຳ້ແລະ ກາບໄຫວ້ ເລື່ອງພາຍໃນຝາດ້ານຫລັງວິຫານນີ້ເປັນພາບປະດັບແກ້ວສີ ເລົ່າເລື່ອງວິຖີຊີວິດຂອງຜູ້ຄົນ ສ້າງຂຶ້ນໃນປີ ຄ.ສ.1950 ເພື່ອສະເຫລີມສະຫລອງ ທີ່ໂລກກ້າວສູ່ຍຸກເຄິ່ງພຸດທະການ ດ້ານຫລັງຫໍພະມ່ານ ເປັນທີ່ຕັ້ງຂອງພະທາດສີສະຫວ່າງວົງ ຊຶ່ງເປັນທີ່ເກັບອັດຖິຂອງເຈົ້າມະຫາຊີວິດສີສະຫວ່າງວົງແລະ ດ້ານທິດຕະເວັນອອກສຽງໃຕ້ຕິດກັບຮົ້ວເປັນໂຮງເກັບເຮືອໃກ້ກັບແຄມແມ່ນຳ້

 


ວັດທະນະທຳEP6 ປະຫວັດວັດຊຽງທອງ
"ວັດຊຽງທອງ" ຊຶ່ງເປັນວັດທີ່ສໍາຄັນແລະມີຄວາມງົດງາມທີ່ສຸດແຫ່ງນີ້,ຈົນໄດ້
ຮັບການຍົກຍ້ອງຈາກນັກບູຮານຄະດີ,ວ່າເປັນດັ່ງອັນຍະມະນີແຫ່ງສະຖາປັດຕະ
ຍະກໍາລາວ,ວັດຊຽງທອງຖືກສ້າງຂຶ້ນ,ໃນລາຊສະໄໝພຣະເຈົ້າໄຊຍະເສດຖາທິ
ລາດ,ຫລັງຈາກສ້າງວັດນີ້ບໍ່ດົນພະອົງກໍ່ຊົງຍ້າຍເມືອງຫລວງ,ໄປຍັງນະຄອນວຽງ
ຈັນ,ແລະວັດນີ້ຍັງໄດ້ຮັບການອຸບປະຖໍາເບິ່ງແຍງຈາກ,ເຈົ້າມະຫາຊີວິດສີສະຫວ່າງ
ວົງແລະເຈົ້າມະຫາຊີວິດສີສະຫວ່າງວັດທະນາ,ເຈົ້າມະຫາຊີວິດ,ສອງພະອົງສຸດ
ທ້າຍຂອງລາວ,ເມື່ອເດິນທາງມາເຖິງວັດນີ້ສິ່ງທໍາອິດ,ກໍຄືການໄປຊົມພຣະອຸໂປ
ສົດ,ຫລືທີ່ເອີ້ນວ່າ “ສິມ” ແມ່ນຂະໜາດຈະບໍ່ໃຫຍ່,ແຕ່ກໍສະແດງເຖິງສະຖາປັດ
ຕະຍະກໍາທາງສາດສະຫນາ,ແບບຫລວງພະບາງແທ້ໆ,ດ້ວຍຫລັງຄາພຣະອຸໂປ
ສົດ,ທີ່ແອ່ນໂຄ້ງຊ້ອນກັນຢູ່ 3 ຊັ້ນຫຼຸດລື່ນເກືອບຮອດຖານຈົນເບິ່ງຄ່ອນຂ້າງເຕີ້ຍ,ສ່ວນກາງຂອງຫລັງຄາມີເຄື່ອງຍອດສີທອງເຊີ່ງຊຊາວລາວຈະຮຽກວ່າ “ຊໍ່ຟ້າ ” ປະກອບດ້ວຍ 17 ຊໍ່ອັນມີຄວາມຫມາຍວ່າເປັນ "ສິມ” (ອຸໂປສົດ) ທີ່ເຈົ້າມະຫາຊີວິດຊົງສ້າງຂຶ້ນສ່ວນ“ສິມ”ທີ່ຄົນສາມັນສ້າງຈະມີຍອດຊໍຟ້າພຽງ 1-7 ຊໍ່ເທົ່ານັ້າ,ເຊື່ອກັນວ່າບໍລິເວນປ່ອງສີ່ຫລ່ຽມນ້ອຍໆ,ເຄິ່ງກາງຂອງຊໍ່ຟ້າເຄີຍໃຊ້ເປັນ
ທີ່ເກັບຂອງມີຄ່າ, ປະຈຸບັນເຫລືອພຽງປ່ອງວ່າງເປົ່ າ ຖັດມາທີ່ ສ່ວນຂອງໜ້າ
ບັນມີ “ໂຫ່ງ” ຮູບຮ່າງຄ້າຍຫົວນາກເປັນສ່ວນປະດັບຕາມຄະຕິທໍາທາງພຸດທະ
ສາດສະຫນາ,ເມື່ອຍ່າງເຂົ້າຕໍ່ມາທີ່ປະຕູພະອຸໂປສົດ,ຈະສະດຸດຕາກັບລວດລາຍ
ແກະສະຫລັກອັນສວຍງາມ,ເຊັ່ນດຽວກັບທີ່ປ່ອງຢ້ຽມ,ຝາພາຍໃນກໍສວຍງາມດ້ວຍ
ລວດລາຍປິດທອງສະຫລຸເທິງພື້ນສີດໍາເລົ່າເລື່ອງພຸດທະປະຫວັດ,ທ້າວສີທົນ, ພຣະເຈົ້າ10ຊາດແລະພາບນິທານເພື່ອນບ້ານ,ເລິກເຂົ້າໄປຄືພຣະປະທານເຊິ່ງມີຊື່
ວ່າ “ພຣະອົງຫລວງ” ນອກຈາກວັດຊຽງທອງ,ຈະມີພຣະອຸໂປສົດທີ່ໂດດເດັ່ນ
ດ້ວຍສະຖາປັດຕະຍະກໍາແບບລ້ານຊ້າງແລ້ວ,ການຕົບແຕ່ງລວດລາຍຕາມຝາ
ພາຍໃນ,ກໍ່ສວຍງາມຄືກັນບໍລິເວນຝາດ້ານຫລັງຂອງພຣະອຸໂປສົດ,ກໍມີການຕົບ
ແຕ່ງດ້ວຍການເອົາແກ້ວສີມາຕັດຕໍ່ກັນ,ເປັນຮູບຕົ້ນໂພຂະໜາດໃຫຍ່,ດ້ານຂ້າງ
ກໍຕິດເປັນຮູບສັດໃນວັນນະຄະດີ,ຍາມບ່າຍທີ່ແສງແດດສ່ອງສະທ້ອນລົງມາເບິ່ງ
ງົດງາມ,ຖັດມາບໍລິເວນດ້ານຂ້າງ,ແລະດ້ານຫລັງຂອງພຣະອຸໂປສົດ,ເປັນທີ່ຕັ້ງ
ຂອງວິຫານນ້ອຍໆ 2 ຫລັງ, ຈຸດເດັ່ນຂອງວິຫານດ້ານໜ້າຄື,ທີ່ຝາດ້ານນອກ
ແຕ່ລະຫລັງຕົບແຕ່ງດ້ວຍແກ້ວສີຕັດເປັນຊິ້ນສ່ວນນ້ອຍໆ,ແລ້ວນໍາມາ
ຕໍ່ກັນເປັນຮູບຮ່າງຕ່າງໆ,ເລົ່ເປັນນິທານພື້ນບ້ານລົງເທິງຝາສີບົວ,ເບິ່ງສວຍງາມ
ໜ້າຮັກຕາມແບບສະບັບຫລວງພຣະບາງ,ວິຫານຫລັງນ້ອຍດ້ານຂ້າງພຣະອຸໂປ
ສົດ,ທີ່ມີຊື່ວ່າ “ວິຫານແດງ” ພາຍໃນເປັນທີ່ປະດິດຖານ,ພຣະພຸດທະຮູບປາງໄສ
ຍາດ,ທີ່ງົດງາມດ້ວຍພະຫັດ,ທີ່ຮອງຮັບພະສຽນໄວ້ຢ່າງົດງາມ,ແລະອອນຊອນ
ພຣະພຸດທະຮູບນີ້ເຄີຍນໍາໄປຈັດສະແດງ,ທີ່ນະຄອນປາຣີປະເທດຝຣັ່ງ,ໃນປີ
ຄ.ສ.1931 ແລະໄປປະດິດສະຖານຢູ່ທີ່,ນະຄອນວຽງຈັນ,ຫລາຍສິບປີກ່ອນ
ນໍາກັບມາຍັງຫລວງພະບາງ,ໃນປີຄ.ສ.1964 ສ່ວນວິຫານດ້ານຫລັງພຣະອຸ
ໂປສົດຄື,“ຫໍ ພຣະມ່ານ” ພາຍໃນປະດິດສະຖານ “ພຣະມ່ານ” ເຊິ່ງມີລັກສະ
ນະຄ້າຍກັບ"ພຣະບາງ"ຈົນຫລາຍຄົນເຂົ້າໃຈຜິດ,ຄິດວ່າເປັນອົງດຽວກັນໃນ
ຊ່ວງມື້ບຸນຂຶ້ນປີໃໝ່ຂອງລາວ,(ຊ່ວງມື້ສົງການ)ຈະມີການອັນເຊີນ “ພະມ່ານ” ລົງມາເພື່ອໃຫ້ປະຊາຊົນໄດ້ສົງນໍ້າແລະກາບໄຫວ້,ເລື່ອງພາຍໃນຝາດ້ານຫລັງ
ວິຫານນີ້,ເປັນພາບປະດັບແກ້ວສີເລົ່າເລື່ອງ,ວິຖີຊີວິດຂອງຜູ້ຄົນສ້າງຂຶ້ນໃນປີ
ຄ.ສ.1950ເພື່ອສະເຫລີມສະຫລອງ,ທີ່ໂລກກ້າວສູ່ຍຸກເຄິ່ງ,ພຸດທະການ,ດ້ານ
ຫລັງຫໍພຣະມ່ານ,ເປັນທີ່ຕັ້ງຂອງພະທາດສີສະຫວ່າງວົງ,ເຊິ່ງເປັນທີ່ເກັບອັດ
ຖິຂອງເຈົ້ມະຫາຊີວິດສີສະຫວ່າງວົງ,ແລະດ້ານທິດຕະເວັນອອກສຽງໃຕ້,ຕິດກັບ
ຮົ້ວເປັນໂຮງເກັບເຮືອໃກ້ກັບແຄມແມ່ນ້ຳຂອງ,ສ່ວນດ້ານໜ້າພຣະອຸໂປສົດ,ເປັນ
ທີ່ຕັ້ງຂອງຫໍກອງມີລວດລາຍລົງຮັກປິດທອງສວຍງາມເທິງເສົາ,ນອກຈາກນັ້ນໃນ
ບໍລິເວນວັດຊຽງທອງເມື່ອທ່ານຍ່າງເຂົ້າໄປທາງດ້ານຖະໜົນໂພທິສາລາດ,ດ້ານ
ຂວາມືຈະຕ້ອງສະດຸດຕາ,ກັບອາຄານຊົງບູຮານມີລວດລາຍແກະສະຫລັກທາສີຄໍາ. ຂະໜາດໃຫຍ່ເຊິ່ງເອິ້ນວ່າ “ໂຮງ


ມ້ຽນໂກດ” ຫລືເປັນໂລງເກັບພະໂກດ, ພະລາ
ຊະລົດ, ລາຊະຍານຂອງເຈົ້າຊີວິດສີສະຫວ່າງວັດທະນາເຊິ່ງສິ້ນພະຊົນເມື່ອປີ
ຄ.ສ.1959 ແລະໄດ້ສ້າງໂຮງມ້ຽນໂກດແຫ່ງນີ້ຂຶ້ນໃນປີຄ.ສ.1962 ພາຍໃນມີ
ລັກສະນະເປັນໂຖງກວ້າງ,ຝາດ້ານໜ້າຕັ້ງແຕ່ໜ້າບັນລົງມາຈົນເຖິງພື້ນ,ສາມາດ
ຖອດອອກເພື່ອໃຫ້ສາມາດເຄື່ອນລາຊະລົດອອກມາໄດ້,ບໍລິເວນກາງໂຮງມ້ຽນ
ໂກດເປັນທີ່ຕັ້ງ,ຂອງລາຊະລົດໄມ້ແກະສະຫລັກປິດຄໍາແປວຮອບຄັນມີພະໂກດ
3 ອົງສູນກາງເປັນໂກດອົງໃຫຍ່,ຂອງເຈົ້າສີສະຫວ່າງວັດທະນາອົງນ້ອຍ,ດ້ານ
ຫລັງເປັນຂອງພະລາຊະມານດາສ່ວນອົງນ້ອຍ,ດ້ານໜ້າເປັນຂອງພະເຈົ້າອາ,ໂຮງມ້ຽນໂກດນີ້ອອກແບບໂດຍເຈົ້າມະນີວົງ,ແລະແກະສະຫລັກໂດຍຊ່າງ
ຫລວງພະບາງ,ທີ່ຊື່ “ເພຍຕັນ” ເມື່ອຄັງ້ທີ່ຮັບລາຊະການຢູ່ໃນພະມະຫາລາ
ຊະວັງ,ນັບເປັນຊ່າງຝີມືຊັ້ນເອກປະຈໍາພະອົງ,ຂອງເຈົ້າມະຫາຊີວິດສີສະຫວ່າງ
ວັດທະນາ ມີຄວາມຊໍານານທັງດ້ານການຂຽນ,ແລະການແກະສະຫລັກຈຸດເດັ່ນ
ອີກຢ່າງໜຶ່ງຂອງໂຮງມ້ຽນໂກດ,ຄືບໍລິເວນຝາດ້ານນອກທີ່ “ເພຍຕັນ” ແກະສະ
ຫລັກໄວ້ຢ່າງງົດງາມລົງດ້ວຍສີທອງສຸກ,ເລົ່າເລື່ອງພະລັກພະລາມຕອນສໍາຄັນ,
ເຊັ່ນດ້ານເທິງສຸດເປັນຕອນພິເພກກໍາລັງບອກຄວາມລັບເລື່ອງທີ່ຊ່ອນຫົວໃຈຂອງທົດສະກັນກັບພະລາມ, ພະລັກແລະນາງສີດາ,ຖັດລົງມາເປັນຕອນທີ່,ທົດສະກັນ
ຖືກທະນູຂອງພະລາມສຽບເຂົ້າທີ່ຫົວໃຈເປັນຕົ້ນເດີມ,ພາບແກະສະຫລັກເຫລົ່ານີ້,ເປັນລັກສະນະການລົງຮັກປິດທອງທີ່ສວຍງາມ,ຕໍ່ມາມີການບູລະນະໃໝ່,ໂດຍທາ
ສີທອງທັບລົງໄປດັ່ງທີ່ເຫັນໃນປະຈຸບັນ,ນອກຈາກນີ້ພາຍໃນວັດຊຽງທອງ,ຍັງມີ
ເຂດສັງຄາວາດປະກອບດ້ວຍກຸດຕິ, ສະຖູບເຈດີດັ່ງວັດທົ່ວໆໄປ,ແລະຍັງມີພຣະ
ສົງຈໍາພັນສາຢູ່.


ไม่มีความคิดเห็น:

แสดงความคิดเห็น

ລາວທ່ຽວລາວ

ຮູບພະ ທາດຫຼວງວຽງຈັນ ຮູບພາບຂອງ ນະຄອນປາກເຊ ຮູບນໍ້າຕົກຕາດ ຜາສ້ວມ ຮູບວັດ ຊຽງທອງ ຮູບນໍ້າຕົກຕາດ ເຍືອງ ຮູບພາບນໍ້າຕົກຕາດ ຟານ ຮູບພາບນໍ້າຕົກຕາດ ຄອນພະເ...